ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລູກສອນໄຟ AKERON MP


     ຕາມຂໍ້ມູນຈາກເວັບໄຊ mbsa-system.com/prod­uct/akeron-mp/ ໃຫ້ຮູ້ວ່າ: ລູກສອນໄຟ AKERON MP ເປັັນ
ລູກສອນໄຟໄລຍະກາງ, ຂະໜາດເບົາ, ມີຮູບແບບການໃຊ້ ງານຍິງດັບສູນເປົ້າໝາຍໄດ້ຢ່າງແມ່ນຢໍາ, ສາມາດເລັງເປົ້າໝາຍໄດ້ທັງເວັນ
ແລະ ຄືນດ້ວຍຕົວຄົ້ນຫາ 2 ແບບຄື: ແບບ IR ແລະ ແບບ TV. ນອກນີ້, AKERON MP ຍັງເປັນອຸປະກອນທີ່ສາມາດເຮັດໄດ້
ຫຼາຍຢ່າງເຊັ່ນ: ຕ້ານລົດຕັງ, ທໍາລາຍໂຄງສ້າງພື້ນຖານ ແລະ ຄົນ.

     AKERON MP ມີນໍ້າໜັກລວມ 15 ກິໂລກຼາມ, ຍາວ 1,3 ແມັດ, ຂະໜາດເສັ້ນຜ່າສູນກາງ 140 ມມ, ມີໄລຍະຍິງໄກ
4.000 ແມັດ ໃນທຸກຮູບແບບ ແລະ ທຸກສະພາບເງື່ຶອນໄຂ ແລະ ມີການເຊື່ອມຕໍ່ຂໍ້ມູນແບບເວລາໂຕຈິງ.

     ລູກສອນໄຟ AKERON MP ແມ່ນລູກສອນໄຟລຸ້ນທີ່ 5 ຂອງໂລກ, ເປັນອຸປະກອນທີ່ໄດ້ຮັບການທົດລອງໃຊ້ໃນເຂດສະ
ພາບອາກາດທີ່ຫຍຸ້ງຍາກຫຼາຍເຊັ່ນ: ເຂດທະເລເຊຍ ແລະ ເຂດລຸ່ມທະ ເລອາກຕິກ. ລູກສອນໄຟດັ່ງກ່າວຖືກອອກແບບມາ ເພື່ອ
ຮັບມືກັບໄພຄຸກຄາມທີ່ອາດຈະເກີດຂຶ້ນໃນອະນາຄົດ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 24/11/2023